Slide

ທູດລາວ ຍື່ນສານຕາຕັ້ງຕໍ່ ເລຂາທິການໃຫຍ່ ອົງການ ສປຊ
ວັນທີ: 03/02/2020

ໃນຕອນບ່າຍຂອງວັນທີ 28 ມັງກອນ 2020, ທີ່ ສຳນັກງານໃຫຍ່ ອົງການ ສປຊ ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ອານຸພາບ ວົງໜໍ່ແກ້ວ, ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ແອນໂຕນີໂອ ກູເຕີເຣັດສ໌ (Antonio Guterres), ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໜ່ ປະຈຳ ອົງການ ສປຊ.