Slide
Slide
Slide

ທ່ານນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ.
ວັນທີ: 16/07/2020

ໃນຕອນເຊົ້າຂອງ ວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ຂຶ້ນ ຊຶ່ງຄັ້ງນີ້ເປັນຄັ້ງທີ 2 ໂດຍພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນ ປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ຢູ່ ສປປ ລາວ, ຊຶ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດ 70 ກວ່າທ່ານ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ຊຶ່ງປະກອບຢູ່ໃນທັງໝົດ 17 ເປົ້າໝາຍ ແລະ ພິເສດສຳລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດ ນັ້ນກໍ່ຄືເປົ້າໝາຍທີ 18: ຊີວິດປອດໄພຈາກລະເບີດບໍ່ທັນແຕກ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາຄືນ ແລະ ສັງລວມບັນດາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ (2017 - 2020) ນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລືກ ໃນປີ 2017, ໂດຍສະເພາະ ໃນທ່າມກາງທີ່ສະພາບການຂອງໂລກ ມີຄວາມສັບສົນ ແລະ ມີສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນຕົ້ນແມ່ນ ຜົນກະທົບຈາກການລະບາດຂອງ ພະຍາດ ໂຄວິດ-19 ຊຶ່ງສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ເສດຖະກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ.

ສະນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງມີຄວາມສຳຄັນສຳລັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຈຸດປະສານງານ ປພຍ ແຕ່ລະກະຊວງ ເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ, ຕີລາຄາຈຸດດີຈຸດອ່ອນ ແລະ ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນສະພາບການດັ່ງກ່າວ ແລະ ພ້ອມກັນກຳນົດທິດທາງ ແລະ ມາດຕະການ ໃນການແກ້ໄຂບັນດາສິ່ງທ້າທາຍ ເພື່ອໃຫ້ບັນລຸ ປພຍ ຕາມຄຳຂວັນທີ່ວ່າ “ ພວກເຮົາພ້ອມກັນກ້າວໄປ ”.

ມາຮອດປັດຈຸບັນ, ສປປ ລາວ ໄດ້ເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຈະສືບຕໍ່ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນຕໍ່ໜ້າ ໂດຍໄດ້ສຳເລັດການເຊື່ອມສານທັງໝົດ 238 ຕົວຊີ້ບອກ ຂອງ ປພຍ ແລະ ມອບໝາຍໃຫ້ແຕ່ກະຊວງ ແລະ ຂະແໜງການກ່ຽວຂ້ອງຮັບຜິດຊອບ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຮັບຮອງເອົາ ແຜນປະຕິບັດແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຊຶ່ງໃນນັ້ນປະກອບມີ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ແລະ ຮັບຮອງເອົາການກະກຽມໃຫ້ແກ່ ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໃນປີ 2021.

ພ້ອມດຽວກັນນັ້ນ, ໄດ້ມີການເປີດຕົວນຳໃຊ້ ແອັບພລິເຄເຊີນ ປພຍ (SDGs Application) ຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອເພີ່ມຊ່ອງທາງການເຂົ້າເຖິງແຫຼ່ງຂໍ້ມູນໃຫ້ວ່ອງໄວ ແລະ ທັນການ. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຍ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໂດຍໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ເຊື່ອມສານ ປພຍ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບ ທີ່ IX ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຮ່າງໃນປັດຈຸບັນ, ພ້ອມທັງສືບຕໍ່ຄົ້ນຄວ້າສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກ ເພື່ອບັນລຸບັນດາວຽກງານຂອງ ປພຍ ໃຫ້ໄດ້ຕາມເປົ້າໝາຍ ແລະ ນຳເອົາ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ໃນອະນາຄົດ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງເຖິງການມີສ່ວນຮ່ວມຢ່າງຕັ້ງໜ້າຈາກທຸກພາກສ່ວນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າໝາຍ ແລະ ຄາດໝາຍຂອງ ປພຍ ຕາມຄຳຂວັນ “ ພວກເຮົາພ້ອມກັນກ້າວໄປ ”.