Slide
Slide
Slide
Slide
Slide
Slide

ໃນວັນທີ 16 ຕຸລາ 2020, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຈັດພິທິມອບ-ຮັບອຸປະກອນການສຶກສາ ແລະ ເຄື່ອງກິລາ ໃຫ້ແກ່ ບັນດາໂຮງຮຽນພາຍໃນເມືອງໂຂງ, ແຂວງຈໍາປາສັກ
ວັນທີ: 19/10/2020

ໃນວັນທີ 16 ຕຸລາ 2020, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ໄດ້ຈັດພິທິມອບ-ຮັບອຸປະກອນການສຶກສາ ແລະ ເຄື່ອງກິລາ ໃຫ້ແກ່ ບັນດາໂຮງຮຽນພາຍໃນເມືອງໂຂງ, ແຂວງຈໍາປາສັກ.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ, ຕາງໜ້າກອງເລຂາ ປພຍ ເປັນຜູ້ມອບເຄື່ອງດັ່ງກ່າວ ແລະ ຕາງໜ້າຮັບໂດຍ ໂຮງຮຽນປະຖົມສົມບູນ ບ້ານທ່າຄໍ້, ເມືອງໂຂງ, ແຂວງຈໍາປາສັກ. ໃນນັ້ນອຸປະກອນເຄື່ອງປະກອບມີ: ອຸປະກອນການສຶກສາ, ອຸປະກອນກິລາ, ຄອມພິວເຕີຕັ້ງໂຕະ, ເກີບ ແລະ ເສື້ອຜ້າຈຳນວນໜຶ່ງ. ການມອບອຸປະກອນເຄື່ອງດັ່ງກ່າວ ຈະເປັນການຊຸກຍູ້ການສຶກສາໃຫ້ແກ່ບັນດາໂຮງຮຽນທີ່ຢູ່ຫ່າງໄກ ແລະ ຂາດເຂີນ ພາຍໃນເມືອງໂຂງ, ແຂວງຈຳປາສັກ ແລະ ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍ ປພຍ ທີ 4 ກໍຄື ການສຶກສາທີ່ມີຄຸນນະພາບ.