ກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ໃຫ້ແກ່ຄູອາຈານ ແລະ ນັກຮຽນນັກສຶກສາ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນມັດທະຍົມສົມບູນວຽງຈັນ
ວັນທີ: 16/12/2020
ໃນວັນທີ 11 – 12 ພະຈິກ 2020 ຜ່ານມາ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ນຳໂດຍ ທ່ານ ກັນຍາ ຄຳມຸງຄຸນ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ໃຫ້ແກ່ຄູອາຈານ ແລະ ນັກຮຽນນັກສຶກສາ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນມັດທະຍົມສົມບູນວຽງຈັນ.
ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄັ້ງວັນທີ 11 ພະຈິກ 2020 ທີ່ມະຫາວິທະຍາໄລແຫ່ງຊາດ ມີທ່ານ ຮສ.ປອ ບົວດຳ ແສງຄຳຄຸດລາວົງ, ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າຈາກຄະນະວິຊາ, ສະຖາບັນ, ຄູອາຈານ ແລະ ນັກສຶກສາ ປີ 4 ທົ່ວມະຫະວິທະຍາໄລແຫ່ງຊາດ ເຂົ້າຮ່ວມທັງໝົດ 300 ກວ່າຄົນ. ສ່ວນກອງປະຊຸມເຜີຍແຜ່ຄັ້ງວັນທີ 12 ພະຈິກ 2020 ຢູ່ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ມີ ທ່ານ ນາງ ປະທຸມພອນ ພິມປະໄພ, ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນວຽງຈັນ, ຄູອາຈານ, ນ້ອງນັກຮຽນຂອງໂຮງຮຽນມັດທະຍົມສົມບູນວຽງຈັນ ຈຳນວນ 250 ຄົນ , ມີບັນດາທ່ານແຂກຖືກເຊີນຈາກ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າຈາກໂຮງຮຽນມັດທະຍົມສົມບູນເອກະຊົນທີ່ຢູ່ໄກ້ຄຽງ ຈຳນວນ 9 ແຫ່ງ ເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສ້າງໂອກາດໃຫ້ບັນດາຄູອາຈານ, ນັກຮຽນນັກສຶກສາໄດ້ຮັບຮູ້ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບ ປະຫວັດຄວາມເປັນມາຂອງ ປພຍ ແລະ ການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວຢູ່ ສປປ ລາວ. ພາຍຫຼັງຮັບຟັງການບັນລະຍາຍຈາກນັກວິທະຍາກອນແລ້ວ ກອງປະຊຸມຍັງໄດ້ເປີດໂອກາດໃຫ້ນ້ອງນັກຮຽນນັກສຶກສາມີສ່ວນຮ່ວມໃນການສ້າງກິດຈະກຳຖາມ-ຕອບ ເພື່ອສ້າງບັນຍາກາດຕິດພັນກັບການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ປະເທດເຮົາ ໃນໄລຍະທີ່ຜ່ານມາ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການຮຽນການສອນໃນຕໍ່ໜ້າ. ໃນກອງປະຊຸມດັ່ງກ່າວ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດ ປພຍ ຍັງໄດ້ນຳສະເໜີ SDGs Application ເພື່ອເປັນຊ່ອງທາງໃໝ່ໃນການສະໜອງຂໍ້ມູນຂ່າວສານ ເປັນການສົ່ງເສີມການຮຽນຮູ້ ກ່ຽວກັບ ເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ສຳລັບ ປະຊາຊົນລາວ ເພື່ອສາມາດເຂົ້າເຖິງຂໍ້ມູນ ປພຍ ແລະ ກໍ່ເພື່ອຍົກລະດັບການເຜີຍແຜ່ໃຫ້ທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີໃຫ້ແທດເໝາະກັບຍຸກປະຈຸບັນ.
ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ມີຄວາມພະຍາຍາມເຊື່ອມສານບັນດາຕົວຊີ້ບອກຂອງ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງຕົນ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII (2016-2020), ຊຶ່ງກວມເອົາປະມານ 60% ຂອງຕົວຊີບອກທັງໝົດຂອງແຜນດັ່ງກ່າວ ແລະ ຍັງຈະໄດ້ສືບຕໍ່ເຊື່ອມສານບັນດາຕົວຊີບອກທີ່ຍັງເຫຼືອເຂົ້າໃສ່ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ແລະ ແຜນ X ຂອງຕົນ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດມີການເຕີບໂຕຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ປັບປຸງບັນດາພື້ນຖານໂຄງລາງທີ່ຈຳເປັນ ແລະ ສ້າງບັນດາປະຖົມປັດໃຈ ເພື່ອກະກຽມຄວາມພ້ອມໃຫ້ແກ່ການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງໃນອານາຄົດ.
ນອກນັ້ນ, ຍັງໄດ້ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ, ບົນທິດທາງ “ກ້າວໄປພ້ອມກັນ” ຫຼື (Leaving no one behind) ແນໃສ່ໃຫ້ສາມາດບັນລຸຄາດໝາຍໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໃຫ້ປະກົດຜົນເປັນຈິງ.